Because Only Together We Can

Build a World Where All People Are Safe, Strong & Valued

Lao Natural Resources and River Network (LNRN) is a network of gathering Lao local civil societies organization, private sectors, academic institute and Freeland independently people working together on the same vision and mission,

What We Do

01.ເຫັນບັນຫາ ແລະ ຊອກທາງແກ້ໄຂ

— We Find & Fund

ເຄືອ​ຂ່າຍ​​ອົງ​ກອນຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ແມ່​ນ້ຳ​ຂອງ ລາວ​ແມ່ນ​ການ​ລວມ​ເອົາ​ອົງ​ກອນ ແລະ ບຸກ​ຄົນ​ທີ່​ເຮັດ​ວຽກ​ເພື່ອ​ສັງ​ຄົມ​ໃນ​ຂົງ​ເຂດ​ຊັບ​ພະ​ຍາ​ກອນນ້ຳ ແລະ ສີ່ງ​ແວດ​ລ້ອມ​ທີ່​ປະ​ສົບ​ພົບ​ເຫັນ​ບັນ​ຫາ​ຕ່າງໆ​ທີ່​ໄດ້​ເກີດ​ຂື້ນ ແລະ​ກຳ​ລັງ​ເກີດ​ຂື້ນ​ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ປ່ຽນ​ແປງ​ລະ​ບົບ​ນິ​ເວດ​ວິ​ທະ​ຍາ ເຊີ່ງ​ໄດ້​ນຳ​ຜົນ​ດີ ແລະ ຜົ​ນ​ເສຍ​ມາ​ສູ່ມວນ​ມະ​ນຸດ.ສີ່ງ​ແວ​ດ​ລ້ອມ ຊີ​ວະ​ນາໆ​ພັນ ສະ​ນັ້ນ​ການ​ຊ່ວຍ​ກັນ​ລະ​ດົມ​ທຶນ​ຮອນ ແລະ ຊັບ​ພະ​ຍາ​ກອນ​ມະ​ນຸດ​ມາ​ຊ່ວຍ​ກັນ​ຈີ່ງ​ເປັນ​ຄວາມ​ພາກ​ພູມ​ໃຈ​ຂອ​ງ​ພວກ​ເຮົາ

02.ການລິເລີ້ມສ້າງເຄືອຂ່າຍ

— We Build Networks

ຄວາມ​ໝາຍ​ຂອງ​ຄຳ​ວ່າ​ເຄືອ​ຂ່າຍ​ໃນ​ພາ​ສາ​ລາວ​ອາດ​ຍັງ​ບໍ່​ເປັນ​ທີ່ຍອມ​ຮັບ​ໂດຍ​ຫຼັກ​ການ ແຕ່​ໃນ​ທາງ​ປະ​ຕິ​ບັດ​ແມ່ນ​ພວກ​ເຮົາ​ລິ​ເລີ້ມ​ຈາກ​ການ​ປະ​ກອບ​ສ່ວນ​ໂດຍ​ສະ​ໝັກ​ໃຈ​ຂອງ​ຜູ້​ທີ່​ເຮັດ​ວຽກ​ເພື່ອ​ສັງ​ຄົມ​ເຂົ້າ​ໃຈ​ບໍ​ລິ​ບົດ​ຂອງ​ຄຳ​ວ່າ: ເຮັດ​ວຽກ​ແບບ​ສະ​ໝັກ​ໃຈ​ໂດຍບໍ່​ມີ​ຄ່າ​ຕອບ​ແທນ.ສະ​ນັ້ນ​ການ​ລິ​ເລີ້ມ​ເຄືອ​ຂ່າຍ​ຂອງ​ພວກ​ເຮົາ​ຈື່ງ​ຍັງ​ຈຳ​ກັດ​ຢູ່​ໃນ​ວົງ​ແຄບ ເຖີງ​ແມ່ນ​ວ່າ​ຈະ​ມີ​ຫລາຍ​ອົງ​ກອນ​ສົນ​ໃຈ​ສະ​ໝັກ​ເຂົ້າ​ເປັນ​ສະ​ມາ​ຊິກ​ໃນ​ເຄືອ​ຂ່າຍ ແຕ່​ວ່າ​ພວກ​ເຮົາ​ຍັງ​ຕ້ອງ​ພິ​ຈາ​ລະ​ນາ​ຢ່າງ​ຖີ່​ຖ້ວນ ເພື່ອ​ກ້າວ​ໄປ​ສູ່​ການ​ສ້າງ​ເຄືອ​ຂ່າຍ​ທີ່​ມີ​ຄຸນ​ນະ​ພາບ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ເຮັດ​ວຽກ​ເປັນ​ທີມ

03.ການສ້າງຄວາມເຂັ້ມແຂງໃຫ້ແກ່ເຄືອຂ່າຍ ແລະ ສະມາຊິກຂອງເຄືອຂ່າຍ

— We Strengthen

ການສ້າງຄວາມເຂັ້ມແຂງໃຫ້ເຄືອຂ່າຍໂດຍການລິເລີ້ມຈາກການສ້າງແຜນຍຸດທະສາດໄລຍະສັ້ນ ແລະ ໄລຍະຍາວ ກຳນົດບູລິມະສິດຂອງແຕ່ລະຂົງເຂດ ແລະ ປະເມີນຄວາມສາມາດຂອງສະມາຊິກ ເພື່ອກ້າວໄປສູ່ການເປັນເຄືອຂ່າຍທີ່ມີປະສິດທິພາບໃນການປະກອບສ່ວນໃນການພັດທະນາ ແລະ ກະຕຸກຊຸກຍູ້ກົນໄກການຄູ້ມຄອງລັດດ້ວຍກົດໝາຍໃຫ້ປະກົດຜົນເປັນຈີງ

04.ພວກ​ເຮົາ​ສົ່ງ​ເສີມ​​ການ​ສຶກ​ສາ​​ດ້ານສິ່ງ​ແວດ​ລ້ອມ

— We Educate

05.ໃຫ້​ການ​ຊ່ວຍ​ເຫຼືອ​ສັງ​ຄົມ​ດ້ວຍ​ໃຈ

— We Provide Care

06.ໃຫ້ຄຳເປືກສາໃນສາຍງານທີ່ກ່ຽວຂ້ອງ

— We Consult

Impact Stories

Impact Stories